ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອູ​ແກຣນ ປະ​ເຊີນ​ກັບ​ການ​ຂາດ​ກຳລັງ​ທະຫານ​ຢ່າງ​ໜັກ

     ຕາມ​ການ​ລາຍ​ງານ​ຂອງ​ສຳນັກ​ຂ່າວ​ຊິນ​ຮວາ ​ໂດຍ​ອ້າງ​ອີງ​ລາຍ​ງານ​ຈາກ​ແຫຼ່ງ​ຂ່າວ​ວາລະສານ​ຂອງ​ ໂປ​ໂລຍ​ ໃນ​ວັນ​ທີ 19 ກຸມ
ພາ 2024 ຜ່ານ​ມາ​ນີ້​ວ່າ: ປັດຈຸບັນ​ກອງທັບ​ ອູ​ແກຣນ ກຳລັງ​ປະ​ເຊີນ​ໜ້າ​ກັບ​ຫຼາຍ​ບັນຫາ​ໃຫຍ່ ໃນ​ການ​ຮັບ​ມື​ກັບ​ກອງ ທັບ​ຣັດ​ເຊຍ.

     ຫຼັກໆ​ຄື ກອງທັບ​ອູ​ແກຣນ ແມ່ນ​ຂາດແຄນ​ທາງ​ດ້ານ​ອາວຸດ-ລູກ​ກະສຸນ ແລະ ອຸປະກອນ​ທາງ​ທະຫານ. ນອກ​ນີ້, ຍັງ​ຕ້ອງການ
​ກຳລັງ​ທະຫານ​ຈຳນວນ​ຫຼວງຫຼາຍ, ເພາະບໍ່​ມີ​ຊາວ​ ອູ​ແກຣນ ​ຄົນ​ໃດ​ສະໝັກ​ເຂົ້າ​ເປັນ​ທະຫານ​ໃນ​ເວລາ​ນີ້. ຕໍ່​ກັບ​ສະພາບ​ການ​ຄື​ດັ່ງ
ກ່າວ ຈິ່ງ​ໄດ້​ມີ​ການ​ເກນ​ທະຫານ​ຂຶ້ນ, ໂດຍ​ປະ​ທາ​ນາ​ທິບໍດີ​ ອູ​ແກຣນ ໄດ້​ອອກ​ຄຳ​ສັ່ງ​ວ່າ: ກອງທັບ​ຈະ​ຕ້ອງ​ມີ​ການ​ເກນ​ທະຫານ​ໃຫ້​
ໄດ້​ຢ່າງ​ໜ້ອຍ 4-5 ແສນ​ຄົນ. ສະນັ້ນ, ລັດຖະບານ​ອູ​ແກຣນ ຈິ່ງ​ມີ​ຄວາມ​ຈຳເປັນ​ຕ້ອງ​ໄດ້​ແກ້​ໄຂ​ກົດໝາຍ ເພື່ອ​ໃຫ້​ສິດ​ແກ່​ລັດຖະ
ບານ​ສາມາດ​ເກນ​ໃຫ້​ຜູ້​ຊາຍ​ຊາວ​ອູ​ແກຣນ​ເຂົ້າ​ເປັນ​ທະຫານ​ໃນ​ກອງທັບ​ໂດຍ​ບໍ່​ມີ​ເງື່ອນໄຂ.

     ການນຳ​ ອູ​ແກຣນ ໄດ້​ສ້າງຕັ້ງ​ລະບອບ​ການ​ປົກຄອງ​ຮູບ​ແບບ​ໃໝ່​ພາຍ​ໃນ​ປະເທດ​ຂຶ້ນ, ເຊິ່ງ​ມັນ​ໄດ້​ທຳລາຍ​ສິດ​ເສລີພາບ​ຂອງ​
ພົນລະເມືອງ​ຊາວ​ ອູ​ແກຣນ ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ອີກ​ທັງ​ຍັງ​ໃຫ້​ອຳນາດ​ລັດ ສາມາດ​ເກນ​ຜູ້​ຊາຍ​ທີ່​ມີ​ອາຍຸ​ແຕ່ 18-60 ປີ ຕ້ອງ​ເຂົ້າ​
ເປັນ​ທະຫານ ໂດຍ​ບໍ່​ໄດ້​ຜ່ານ​ການ​ເຝິກແອບ​ວິຊາ​ການ​ທະຫານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/02/2024